ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການ ສະຫຼຸບວຽກງານພະລາທິການປະຈໍາ ປີ 2023

ສະຫາຍ ພົນຕີ ສີດາລໍ່ ຈົງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານພະລາທິການ ແລະ ທິດທາງແຜນການປະຈໍາປີ 2024 ທົ່ວກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນ
ວັນທີ 12 ມີນາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ,
ມີບັນດາກົມຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ຜູ້ທີ່ເຮັດວຽກງານພະລາທິການທົ່ວກົມໃຫຍ່ເສນາທິ
ການກອງທັບເຂົ້າຮ່ວມ.

      ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງບໍລິຫານ ກົມໃຫຍ່ເສນາທິການ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງວຽກງານ
ຮັບປະກັນພະລາທິການ ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານເປັນຕົ້ນ: ການຄຸ້ມຄອງນໍາໃຊ້ງົບປະມານ, ລາຍຮັບ-ລາຍຈ່າຍ ຮ່ວງຕ່າງໆ ຖືກຕ້ອງ
ຕາມລະບຽບຫຼັກການ ແລະ ມີຄວາມຮັດກຸ່ມ, ການປົກປັກຮັກສາວັດຖຸຊັບສິນຂອງສ່ວນລວມໄດ້ຮັບການເອົາໃຈໃສ່ເປັນຢ່າງດີ, ຂະບວນການ
ຜະລິດສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໄດ້ຮັບການປັບປຸງຫຼາຍກົມກອງ ມີສັດລ້ຽງປະເພດຕ່າງໆ ປູກພືດ ແລະ ໄມ້ອຸດສາຫະກໍາເປັນ
ສິນຄ້າ ມີສວນຄົວປູກພືດຜັກກຸ້ມຕົນເອງ ຮັບປະກັນໄດ້ຄາບເຂົ້າຂອງອ້າຍນ້ອງຕາມຂັ້ນເທິງກໍານົດແຜນງານຮັບປະກັນດ້ານຕ່າງໆ ເຫັນວ່າໄດ້
ຮັບການຈັດຕັ້ງປະຕິບັດເກີດດອກອອກຜົນຢ່າງແທ້ຈິງ ຖ້າທຽບໃສ່ 1 ປີຜ່ານມາເຫັນວ່າຫຼາຍດ້ານ ດີຂຶ້ນ ໂດຍສະເພາະແມ່ນຜ່ານຜ່າຄວາມ
ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນກະທົບຈາກຄ່າຄອງຊີບສູງ ໄພເງິນເຟີ້ ລາຄານໍ້າມັນ ແລະ ສິນຄ້າອື່ນໆ ວຽກງານອຸປະໂພກ-
ບໍລິໂພກເບີກຈ່າຍເຄື່ອງນຸ່ງຫົ່ມ, ເຄື່ອງປະຈໍາປີ, ທະຫານໃໝ່, ກໍາລັງສໍາຮອງ, ເຄື່ອງເລື່ອນຊັ້ນ ປີ 2022-2023 ຈໍານວນ 17.921 ຊຸດ, ຮັບ
ເບີກຈ່າຍເຂົ້າກິນ 1.531.548 ກິໂລ ປະຕິບັດໄດ້100%, ວຽກງານກໍ່ສ້າງຄຸ້ມຄອງຊັບສິນ ທົ່ວກົມໃຫຍ່ເສນາທິການບໍ່ໄດ້ຮັບອະນຸມັດກໍ່ສ້າງໂຄງ
ການໃໝ່ ມີແຕ່ຂຶ້ນແຜນຊໍາລະໂຄງການທີ່ຍັງມີໜີ້ສິນຄ້າງຈ່າຍຂອງປີຜ່ານມາຄື: ໂຄງການກໍ່ສ້າງຕຶກ 3 ຊັ້ນ 6 ກົມ 100 ລ້ານກີບ, ໂຄງການ
ກໍ່ສ້າງສາງອຸປະໂພກ ກົມໃຫຍ່ເສນາທິການ 50 ລ້ານກີບ, ໂຄງການກໍ່ສ້າງພາຍໃນອົງການ 42 ໜ້າວຽກ ມູນຄ່າ 700 ລ້ານກີບ, ຊ່ວຍທຶນສົມ
ທົບກໍ່ສ້າງຄ້າຍຄູໃຫ້ກົມກອງ 2 ຕື້ກວ່າກີບ, ກໍ່ສ້າງເຮືອນພັກພະນັກງານດົງປາແລບ 9 ຕື້ກວ່າກີບ ປັດຈຸບັນສໍາເລັດແລ້ວ 50% ນອກນີ້ກໍ່ຍັງມີ
ບາງກົມກອງສາມາດປັບປຸງຄ້າຍຄູດ້ວຍທຶນຂອງຕົນເອງເປັນຕົ້ນ ສ້ອມແປງຫຼັງຄາ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເຮືອນຄົວ, ຮົ້ວອ້ອມຄ້າຍລວມມູນຄ່າ
300 ກວ່າລ້ານກີບ, ວຽກງານນໍ້າມັນເຊື້ອໄຟສາມາດຮັບປະກັນໄດ້ການປະຕິບັດໜ້າທີ່ຂອງຄະນະນໍາກົມ ໃຫຍ່, ບັນດາກົມ, ຫ້ອງລົງຊີ້ນໍາກົມ
ກອງຮ່ວງອັດຕາຂອງແຕ່ລະພາກສ່ວນໄດ້ 100% ຕາມການອະນຸມັດຂອງກົມເຊື້ອໄຟ, ວຽກງານເສນາຮັກກວດກາສຸຂະພາບທະຫານໃໝ່ 2 ຄັ້ງ
ລວມ 2.775 ຄົນ, ກວດກາສຸຂະພາບນັກຮຽນກໍ່ສ້າງໂຮງຮຽນເລກ I ເລກ II 300 ຄົນ, ວຽກງານຜະລິດກະສິກໍາ ທົ່ວກົມອົງການໃຫຍ່ເສນາ
ທິການ ມີງົວ 420 ໂຕ, ແບ້ 300 ໂຕ, ໝູລາດ 359 ໂຕ, ມີໜອງປາ ປ່ອຍປາ 1 ລ້ານກວ່າໂຕ, ວຽກງານກໍ່ສ້າງພະນັກງານພະລາທິການໄດ້
ຮັບທຶນໄປບໍາລຸງຍົກລະດັບວຽກງານພະລາທິການຊັ້ນຕົ້ນ-ຊັ້ນສູງ 11 ສະຫາຍ.

ແຫຼ່ງຂ່າວໂດຍ ເກດຕະວັນ
ວັນທີ 14/03/2024